ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນູ​ແວນ​ເຊ​ລັງ ອອກ​ຂໍ້​ບັງຄັບ​ຈຳກັດ​ການ​ສູບຢາ​ສູບ​ໄຟຟ້າ​ໃນ​ກຸ່ມ​ເຍົາວະ​ຊົນ


ຢາສູບ​ໄຟຟ້າ

     ສຳນັກ​ຂ່າວ ຊິນ​ຮວາ ລາຍງານ​ວັນ​ທີ 21 ສິງຫາ, ທ່ານ ອາ​ຢີ​ຊາ ເວີ​​ຣຣັລ ລັດຖະມົນຕີ ກະຊວງ ສາທາລະນະ​ສຸກ ນູ​ແວນ​ເຊ​ລັງ ເປີດເຜີຍ​ວ່າ: ປະ
ເທດ​ຂອງ​ຕົນ ໄດ້​ອອກ​ຂໍ້​ບັງຄັບ​ກ່ຽວ​ກັບ​ການ​ສູບ ຢາສູບ​ໄຟຟ້າ ໃນ​ກຸ່ມ​ເຍົາວະ​ຊົນສະບັບ​ໃໝ່ ເພື່ອ​ຈຳກັດ​ການ​ສູບຢາ​ສູບ​ໄຟຟ້າ​ຂອງ​ປະຊາຊົນ​ໃນ​ກຸ່ມ​ນີ້,
ເຊິ່ງ​ຈະ​ມີ​ຜົນ​ບັງຄັບ​ໃຊ້ໃນ​ວັນ​ທີ 21 ກັນຍາ ທີ່​ຈະ​ມາ​ເຖິງ​ນີ້.

     ຢາສູບ​ໄຟຟ້າ ຄວນ​ຢູ່​ຫ່າງ​ຈາກ​ຄວາມ​ຄິດ ແລະ ການ​ເຂົ້າ​ເຖິງ​ຂອງ​ເດັກ ແລະ​ເຍົາວະ​ຊົນ​ຫລາຍ​ທີ່​ສຸດ, ດັ່ງນັ້ນ, ທາງ​ຮ້ານ​ຈຳໜ່າຍ​ຢາສູບ​ໄຟຟ້າ​ລາຍ​
ໃໝ່ ຈະ​ຖືກ​ສັ່ງ​ຫ້າມ​ເປີດ​ກິດຈະການ​ໃນ​ໄລຍະ​ຫ່າງ 300 ແມັດ ຈາກ​ໂຮງຮຽນ. ຢາສູບ​ໄຟຟ້າ ຈະ​ຕ້ອງ​ມີ​ກົນ​ໄກດ້ານ​ຄວາມ​ປອດ​ໄພສຳລັບ​ເດັກ ແລະ
ຫ້າມ​ຕັ້ງ​ຊື່ໃນ​ບາງ​ຮູບ​ແບບເຊັ່ນ ເຂົ້າ​ໝົມ​ສາຍໄໝ ແລະ ​ອື່ນໆ ໂດຍ​ສາມາດ​ໃຊ້​ພຽງ​ຊື່​ທົ່ວ​ໄປທີ່​ຊີ້​ບອກ​ລົດ​ຊາດຢ່າງ​ຖືກຕ້ອງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/08/2023